ທະນາຄານຫຸ້ນສ່ວນການ ຄ້າທະຫານ (Military Com- mercial Joint Stock Bank),ຂຽນຫຍໍ້ MB ຫຼື ເອີ້ນວ່າ: ທະນາ ຄານທະຫານ,ເປັນວິສາຫະກິດຂຶ້ນກັບກະຊວງປ້ອງກັນປະເທດ ສສ ຫວຽດນາມ,ວັນທີ 04 ພະຈິກ 1994 ທະນາຄານທະຫານ ໄດ້ ເລີ່ມຕົ້ນເຄື່ອນໄຫວທຸລະກິດຂອງຕົນໂດຍມີທຶນຈົດທະບຽນເບື້ອງ ຕົ້ນ20 ຕື້ດົງ ແລະ ມີພະນັກງານ ພຽງແຕ່25ຄົນ. ຫຼັງຈາກດຳ ເນີນທຸລະກິດມາໄດ້28ປີ,ທະ ນາຄານໄດ້ເຕີບໃຫຍ່ຂຶ້ນ ມີທຶນ ຈົດທະບຽນ ບັນລຸເຖິງ 37.783 ຕື້ດົງ,ມູນຄ່າຊັບສິນບັນລຸ 649.040 ຕື້ດົງ ແລະ ພະນັກ ງານມີຫຼາຍກວ່າ 16.000 ຄົນ. ປັດຈຸບັນທະນາຄານ MB ມີ 100 ກວ່າສາຂາ ແລະ ຫຼາຍ ກວ່າ 190 ໜ່ວຍບໍລິການແຈກ ຢາຍຢູ່ທົ່ວປະເທດຫວຽດນາມ. MB ຍັງມີເຄືອຂ່າຍຢູ່ຕ່າງປະເທດເຊັ່ນ: ສປປ ລາວ,ຣາດຊະອາ ນາຈັກກຳປູເຈຍ ແລະ ສະຫະພັນ ຣັດເຊຍ. ຕະຫຼອດໄລຍະ28ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະ ຫຍາຍຕົວ,MB ນັບມື້ນັບພັດທະ ນາຂຶ້ນ ຈົນກາຍເປັນກຸ່ມບໍລິສັດ ການເງິນຄົບວົງຈອນ, MB ມີສຳນັກງານໃຫຍ່ ແລະ ບັນດາສາຂາ ຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງ,ມີບັນດາບໍລິສັດລູກໃນຂົງ ເຂດຕະຫຼາດຫຸ້ນ,ປະກັນໄພ,ການ ເງິນຊົມໃຊ້,ຄຸ້ມຄອງກອງທຶນ,ຄຸ້ມຄອງຫຼັກຊັບ ແລະ ປະກັນໄພ ຊີວິດ ລ້ວນແຕ່ໄດ້ເຄື່ອນໄຫວທຸລະ ກິດຢ່າງມີປະສິດທິພາບ,ສາມາດ ສ້າງໄດ້ເຄື່ອງໝາຍການຄ້າໃຫ້ມີ ຄວາມເຊື່ອຖືໃນຂະແໜງການບໍ ລິການການເງິນທີ່ດີແຫ່ງໜຶ່ງຢູ່ ຫວຽດນາມ, MB ມີຜະລິດຕະພັນທີ່ຫຼາກຫຼາຍບົນພື້ນຖານການປົກປ້ອງຄວາມສ່ຽງທີ່ແໜ້ນໜາ,ພື້ນຖານໂຄງລ່າງລະບົບໄອທີທັນສະໄໝ,ຂະຫຍາຍຕົວເຂັ້ມແຂງ,ເປີດກວ້າງການເຄື່ອນໄຫວໃນ ທຸກພາກສ່ວນຕະຫຼາດໃໝ່,ຄຽງ ຄູ່ກັບຕະຫຼາດແບບດັ້ງເດີມຂອງ ທະນາຄານທຸລະກິດ, 28ປີ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວ,ປັດ ຈຸບັນ MB ໄດ້ຮັບການປະເມີນ ຕີລາຄາວ່າເປັນສະຖາບັນການ ເງິນທີ່ໝັ້ນຄົງ,ໜ້າເຊື່ອຖື,ຂະ ຫຍາຍຕົວຢ່າງໝັ້ນຄົງ ແລະ ປອດ ໄພສູງ. ວັນທີ 30 ທັນວາ 2010,MB ໄດ້ເປີດສາຂາໃຫມ່ຢ່າງເປັນທາງການທີ່ປະເທດລາວ ໂດຍເອີ້ນວ່າ: ທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ (MB LAO)ດ້ວຍທຶນຈົດທະບຽນຈາກ MB ຫວຽດນາມ100%,ຜ່ານການ ເຄື່ອນໄຫວດຳເນີນທຸລະກິດ 13ປີ ຢູ່ລາວໄດ້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ,ສາມາດສ້າງຈຸດ ຢືນທີ່ໜ້າເຊື່ອຖືຈາກຕະຫຼາດ ລາວ,ດ້ວຍທີມງານພະນັກງານ ທີ່ເປັນມືອາຊີບ,ຜະລິດຕະພັນ ຫຼາກຫຼາຍ,ດ້ວຍເຕັກໂນໂລຢີທັນສະໄໝ,ການບໍລິການທີ່ຈິງໃຈ,ໄດ້ຮັບການຕີລາຄາສູງຈາກສັງຄົມໃນການປະຕິບັດກົດໝາຍ,ລະບຽບຫຼັກການ ການທະນາຄານ ແຫ່ງ ສປປ ລາວ.

-----------------------------------------------------------------------------------------------

ທະນາຄານ ຫຸ້ນສ່ວນ ການຄ້າທະຫານ - ສາຂາລາວ
ທີ່​ຢູ່: ທະ​ນາ​ຄານ ຫຸ້ນ​ສ່ວນ​ການ​ຄ້າ ທະ​ຫານ - ສາ​ຂາ​ລາວ
ຕຶກ​ໃຫຍ່ MB ເລກ​ທີ 10 ຖະ​ໜົນ​ໄກ​ສອນ​ພົມ​ວິ​ຫານ,ບ້ານ ໂພນ​ໄຊ:ເມືອງ ໄຊ​ເສດ​ຖາ,ນະ​ຄອນຫຼວງວຽງ​ຈັນ, ສປ​ປ ລາວ
ໂທ: 021 752 777
ອີເມວ:: MBbank.lao@mbbank.com.vn
website: www.mbbank.com.la


Proin gravida nibh vel velit auctor aliquet Aenean sollicitudin.